ອົງການໄອຍະການປະຊາຊົນສູງສຸດປາຖະກະຖາ ວັນການສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 27 ປີ (09/01/1990 – 09/01/2017)
ໃນຕອນບ່າຍຂອງວັນທີ6ມັງກອນ2017;ອົງການໄອຍະການປະຊາຊົນສູງສຸດໄດ້ຈັດປະຖະກະຖາກ່ຽວກັບວັນສ້າງຕັ້ງອົງການ
ໄອຍະການປະຊາຊົນຄົບຮອບ27ປີຂື້ນໂດຍການໃຫ້ກຽດເປັນປະທານຂອງທ່ານໄຊຊະນະ ໂຄດພູທອນຮອງຫົວໜ້າອົງການໄອຍະ
ການປະຊາຊົນສູງສຸດແລະຜູ້ເຂົ້າຮ່ວມມີຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ,ຫົວໜ້າກົມ,ຮອງຫົວໜ້າກົມ, ສະຖາບັນຝຶກອົບຮົມໄອຍະການ,
ອົງການໄອຍະການປະຊາຊົນພາກກາງ,ຫົວໜ້າພະແນກ,ຮອງຫົວໜ້າພະແນກແລະວິຊາການທັງໝົດ100ກວ່າຄົນ.
ກອງປະຊຸມສໍາມະນາວິທະຍາສາດ ທາບທາມຄວາມຄິດເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງໃໝ່ ທີ່ໂຮງແຮມຈໍາປາພຣາເລດ ແຂວງຈໍາປາສັກ ແຕ່ວັນທີ 26-27 ທັນວາ 2016
ກອງປະຊຸມສໍາມະນາວິທະຍາສາດ ທາບທາມຄວາມຄິດເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງໃໝ່ ແລະ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໄລຍະຜ່ານມາ, ຊຶ່ງໄດ້ຈັດຂຶ້ນ ເວລາ 08:30 ຂອງວັນທີ 26 ທັນວາ 2016 ແລະ ຈະອັດລົງໃນຕອນແລງ ຂອງວັນທີ 27 ທັນວາ 2016 ທີ່ໂຮງແຮມຈໍາປາພຣາເລດ ແຂວງຈໍາປາສັກ, ໂດຍພາຍໃຕ້ ການເປັນປະ ທານ ຂອງທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທັງເປັນຫົວໜ້າຄະນະຄົ້ນຄວ້າເພື່ອປັບປຸງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ມີບັນດາທ່ານຄະນະນໍາ ທີ່ຕາງໜ້າໃຫ້ ພາກສ່ວນກ່ຽວຂ້ອງ ເຊັ່ນ: ສະພາປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ອົງການໄອຍະການປະຊາຊົນແຂວງ ທີ່ມາຈາກ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ພາຍໃນແຂວງຈໍາປາສັກ ຍັງມີອົງການໄອຍະການປະຊາຊົນພາກໃຕ້ ແລະ ແຂວງ, ສານປະຊາຊົນພາກໃຕ້ ແລະ ແຂວງ, ອົງການໄອຍະການທະຫານພາກໃຕ້ ແລະ ແຂວງ, ພະແນກກວດກາລັດແຂວງ, ຂະແໜງກວດກາປ່າໄມ້ແຂວງ ແລະ ຫ້ອງການພາສີແຂວງ ເຂົ້າຮ່ວມທັງໝົດ ເກືອບ 100 ທ່ານ.
ອ່ານຕໍ່ >>>ພິທີເຊັນຄໍາແນະນໍາຮ່ວມລະຫວ່າງຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະປະທານສານປະຊາຊົນສູງສຸດ
ເພື່ອຈັດຕັ້ງປະຕິບັດແຜນພັດທະນາວຽກງານໄອຍະການໄລຍະ5 ປີ 2016-2020 ໂດຍສະເພາະແມ່ນແຜນງານຍົກສູ
ງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍແລະເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການໄອຍະການ
ປະຊາຊົນໃນການຕິດຕາມກ ວດກາການດໍາເນີນຄະດີແພ່ງແຮງງານ,ການຄ້າ,ຄອບຄົວແລະເດັກຢູ່ສານຂັ້ນຕົ້ນ.ເຮັດໃຫ້ການ
ດໍາເນີນຄະດີຢູ່ສານຂັ້ນຕົ້ນມີຄວາມຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຮັບປະກັນຄຸນນະພາບສູງຂື້ນກວ່າເກົ່າ. ໃນວັນ
ທີ 29 ທັນວາ 2016 ເວລາ8:30ໂມງໄດ້ມີພິທີເຊັນຄໍາແນະນໍາຮ່ວມລະຫວ່າງຫົວໜ້າອົງການໄອຍະການປະຊາຊົນສູງສຸດແລ
ະປະທານສານປະຊາຊົນສູງສຸດ ວ່າດ້ວຍການເຂົ້າຮ່ວມດໍາເນີນຄະດີແພ່ງ, ແຮງງານ, ການຄ້າ, ຄອບຄົວ ແລະ ເດັກ ຢູ່ສານຂັ້ນ
ຕົ້ນຂື້ນ. ເຂົ້າຮ່ວມໃນພິທີໃນຄັ້ງນີ້ມີ ທ່ານ ຄໍາສານສຸວົງກໍາມະການສູນກາງພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ,
ທ່ານຄໍາພັນ ສິດທິດໍາພາກໍາມະການສູນກາງພັກປະທານສານປະຊາຊົນສູງສຸດ,ມີຮອງຫົວໜ້າອົງການໄອຍະການປະຊາຊົນສູງ
ສຸດ, ຮອງປະທານສານປະຊາຊົນສູງສຸດ, ຄະນະພັກ-ຄະນະນໍາຂອງອົງການ ແລະ ແຂກຖືກເຊີນຈໍານວນໜຶ່ງເຂົ້າຮ່ວມ.
ພິທີພົບປະຂອງຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນມະຫາວິທະຍາໄລກວາງຊີແຫ່ງ ສປຈີນ
ໃນຕອນບ່າຍຂອງວັນທີ 22 ທັນວາ 2016; ທີ່ໂຮງແຮມລາວ ພຮາຊາ ນະຄອນຫລວງວຽງຈັນ
ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງອົງການໄອຍະການປະຊາຊົນສູງສຸດແລະຄະນະຜູ່ແທນມະຫາ
ວິທະຍາໄລກວາງຊີແຫ່ງສປຈີນ ເຊິ່ງຕາງໜ້າຄະນະນຳອົງການໄອຍະການປະຊາຊົນສູງສຸດທ່ານ ໄຊຊະນະ
ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະ ຕາງໜ້າໃຫ້ຄະນະຜູ່ແທນມະຫາວິທະ
ຍາໄລ ກວາງຊີ ແຫ່ງ ສປ ຈີນ ທ່ານ ສຈ. ປອ ຈ້າວ ຢຽນຫຼິນ ອະທິການບໍດີມະຫາວິທະຍາໄລກວາງຊີ ແຫ່ງ
ສປ ຈີນ.
ອົງການໄອຍະການປະຊາຊົນສູງສຸດ ໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ (02/12/1975 - 02/12/2016) ແລະ ວັນຄ້າຍວັນເກີດທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ (13/12/1920 - 13/12/2016) ຄັ້ງວັນທີ 21/12/2016
ໃນຕອນເຊົ້າວັນທີ 21 ທັນວາ 2016 ຢູ່ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີຮັບຟັງປາຖະກະຖາ
ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື:ວັນສະຖາປະນາສປປ ລາວ ຄົບຮອບ 41 ປີ (02/12/1975 -
02/12/2016)ແລະ ວັນຄ້າຍວັນເກີດທ່ານ ປະທານ ໄກສອນ ພົມວິຫານຄົບຮອບ96ປີ(13/12/1920 - 13/12/2016).
ຂື້ນໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ທ່ານໄຊຊະນະໂຄດພູທອນຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ປະຖະກະ
ຖາຄັ້ງນີ້ມີຄະນະພັກ, ຄະນະນຳອົງການໄອຍະການປະຊາຊົນສູງສຸດ,ບັນດາຫົວໜ້າກົມ,ຮອງຫົວໜ້າກົມ-ຫ້ອງການ,ອົງການ
ໄອຍະການພາກກາງແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານ, ເຂົ້າຮ່ວມ100 ກ່ວາຄົນ.
ກອງປະຊຸມການເຜີຍແຜ່ຜັນຂະຫຍາຍເນື້ອໃນກອງປະຊຸ່ມວຽກງານກວດກາທົ່ວ ປະເທດ ຄັ້ງທີ III
ໃນຕອນເຊົ້າວັນທີ07ທັນວາ2016;ທີ່ອົງການໄອຍະການປະຊາຊົນສູງສຸດ
ໄດ້ຈັດກອງປະຊຸມການເຜີຍແຜ່ຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ່ III ຂຶ້ນ ພາຍໃຕ້ການເປັ
ນປະທານ ທ່ານ ບຸນຍັງ ຈັນດາລາສານ ຄະນະປະຈໍາພັກ,ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ໃຫ້ກຽດເຂົ້າຮ່ວ
ມກອງປະຊຸມໃນຄັ້ງນີ້ມີ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກຜູ່ປະຈຳການ,ຮອງຫົວໜ້າອົງການໄອຍະການປ
ະຊາຊົນສູງສຸດ, ຄະນະພັກ, ຄະນະນໍາອົງກແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານ,
ເຂົ້າຮ່ວມ100 ກ່ວາຄົນ.
ກອງປະຊຸມສ້າງຄວາມອາດສາມາດພາຍໃນກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ເປັນໄພຂົ່ມຂູ່ທົ່ວໂລກໂດຍສະເພາະການຄ້າມະນຸດ ແລະ ການເຂົ້າ-ອອກເມືອງຜິດກົດໜາຍ
ໃນລະຫວ່າງວັນທີ 28 - 30 ພະຈີກ 2016; ກອງປະຊຸມສ້າງຄວາມອາດສາມາດພາຍໃນກ່ຽວກັບການ
ຕ້ານອາຊະຍາກຳຂ້າມຊາດທີ່ເປັນໄພຂົ່ມຂູ່ທົ່ວໂລກໂດຍສະເພາະການຄ້າມະນຸດ ແລະ ການເຂົ້າ-ອອກເມືອງຜິດກົດໜາຍ
ໄດ້ໄຂຂື້ນຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເຣດ ໂດຍແມ່ນການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນ
ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໜາຍ ແລະ ວິຊາການ ແຫ່ງຣາຊະອານາຈັກລຸກຊຳບວກ ພາຍໃຕ້ກ
ານເປັນປະທານຂອງ ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ
ກອງປະຊຸມ ຫົວໜ້າອົງການໄອຍະການສູງສຸດ ອາຊຽນ-ຈີນ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ
ກອງປະຊຸມຫົວໜ້າອົງການໄອຍະການສູງສຸດອາຊຽນ-ຈີນຄັ້ງທີXພາຍໃຕ້ຫົວຂໍ້
“ເພີ່ມທະວີການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດຢ່າງມີປະສິດທິຜົນ”ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ
ວັນທີ9 ພະຈິກ 2016 ນີ້ ຢູ່ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີ
ດກອງປະຊຸມຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ມີທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄ
ອຍະການປະຊາຊົນສູງສຸດ ສປປ ລາວແລະທ່ານຊາວຈຽນມິງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງສປຈີນ,
ມີຫົວໜ້າອົງການໄອຍະການສູງສຸດພ້ອມດ້ວຍຄະນະຈາກບັນດາປະເທດສະມາຊິກອາຊຽນ,ສ.ປຈີນແລະ ຫົວໜ້າອົງ
ການໄອຍະການປະຊາຊົນບັນດາແຂວງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ອ່ານຕໍ່ >>>