ອົງການໄອຍະການປະຊາຊົນສູງສຸດເຜີຍແຜ່ບັນດາເອກະສານຕ່າງໆພົວພັນເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນແຂວງຂັ້ນຄັ້ງວັນທີ 29 ກຸມພາ 2016.

ໃນຕອນເຊົ້າວັນທີ 29 ກຸມພາ 2016, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຕັ້ງກອງປະຊຸມການຈັດຕັ້ງເຜີຍແຜ່ບັນດານິຕິກຳຕ່າງໆພົວພັນເຖິງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ ທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານ ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດເຜີຍແຜ່ມີຄະນະພັກ-ຄະນະນຳ, ຫົວໜ້າ ແລະ ຮອງຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ອົງການໄອຍະການປະຊາຊົນພາກກາງ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ແລະ ພະນັກງານ-ລັດຖະກອນທັງໝົດເຂົ້າຮ່ວມຈຳນວນຫຼາຍກວ່າ 100 ຄົນ.
ອ່ານຕໍ່ >>>ຄໍາແນະນໍາ ຂອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2016
ຄໍາແນະນໍາ ຂອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2016
ອ່ານຕໍ່ >>>ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 24 ກຸມພາ 2016 ທີ່ ອົງການໄອຍະການປະຊາຊົນສູງສຸດນະຄອນຫລວງວຽງຈັນ ໄດ້ໄຂກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດປະຈຳສົກປີ 2014-2015 ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາສານ ສຸວົງ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ມີພະນັກງານການນຳແຕ່ລະຂັ້ນອ້ອມຂ້າງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເຂົ້າຮ່ວມທັງໜົດ 100 ກ່ວາທ່ານ.
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຄັ້ງທີ່ X ຂອງພັກ ແລະ ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ

ໃນຕອນເຊົ້າຂອງວັນທີ 5 ກຸມພາ ປີ 2016, ຄະນະພັກອົງການໄອຍະການປະຊາຊົນສູງສຸດ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຄັ້ງທີ່ຂອງພັກ ແລະ ຈັດຕັ້ງພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານໃຫ້ບັນດາໜ່ວຍພັກ ທີ່ ຂື້ນກັບຄະນະຂັ້ນຂອງຕົນ ທີ່ ຫ້ອງປະຊຸມໃຫ່ຍຂອງສໍານັກງານອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາສານ ສຸວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກພ້ອມດ້ວຍບັນດາສະຫາຍສະມາຊິກພັກສົມບູນ ແລະ ສໍາຮອງທັງໝົດຈໍານວນ 100 ກ່ວາສະຫາຍເຂົ້າຮ່ວມ
ອ່ານຕໍ່ >>>ອົງການໄອຍະການປະຊາຊົນສູງສຸດຈັດພິທີປະຖະກະຖາວັນສ້າງຕັ້ງອົງການສະຫະພັນກຳບານ ຄົບຮອບ 60 ປີ (1/2/1956 – 1/2/2016)

ໃນຕອນເຊົ້າວັນທີ່26 ມັງກອນ 2016 ຢູ່ທີ່ອົງການໄອຍະການປະຊາຊົນສູງສຸດໄດ້ຈັດພິທີປະຖາກະຖາ ວັນສ້າງຕັ້ງສະຫະພັນກຳມະ ບານລາວຄົບຮອບ 60 ປີພາຍໃຕ້ການເປັນປະທານຂອງທ່ານສີມູນອຸ່ນລາສີຮອງປະທານສູນກາງສະຫະພັນກຳມະບານລາວໄດ້ໃຫ້ກຽດເຜີຍແຜ່; ເຂົ້າຮ່ວມຟັງປະຖະກະຖາຄັ້ງນີ້ມີຄະນະພັກ, ຄະ ນະນຳອົງການໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຮອງຫົວ ໜ້າກົມ-ຫ້ອງການ, ອົງການໄອຍະການພາກກາງ ແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານ, ວິຊາການທັງໝົດເຂົ້າຮ່ວມ.
ອ່ານຕໍ່ >>>ປະຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກຢູ່ອົງການໄອຍະການປະຊາຊົນສູງສຸດ.

ໃນຕອນເຊົ້າວັນທີ່ 13 ມັງກອນ 2016 ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດພິທີປະຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງວັນທີ 25 ພະຈິກຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ໂສດາຈັນ ພອນທິບ ຫົວໜ້າກອງເລຂາຄະນະກຳມະທິການ ເພື່ອຄວາມກ້າວໜ້າແມ່ຍິງແຫ່ງຊາດ ໄດ້ໃຫ້ກຽດເຜີຍແຜ່; ເຂົ້າຮ່ວມຟັງມີຄະນະພັກ, ຄະນະນຳອົງການໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ-ຫ້ອງການ, ອົງ ການໄອຍະການພາກກາງ ແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານ, ວິຊາການທັງໝົດເຂົ້າຮ່ວມ.
ອ່ານຕໍ່ >>>ຄະນະຜູ່ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບຄະນະນຳ ອົງການໄອຍະການປະຊາຊົນສູງສຸດ.

ວັນທີ່ 12 ມັງກອນ 2016 ຄະນະຜູ່ແທນ ສສ. ຫວຽດນາມ ນຳໂດຍ ທ່ານ ມາຍ ເທ່ໄບ່ (Mai The Bay) ຮອງຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືທາງອາຍາພ້ອມດ້ວຍຄະນະຜູ່ແທນ 03 ທ່ານ ໄດ້ເດີນທາງມາຢ່ຽມຂໍ່ານັບຄະນະນຳອົງການໄອຍະການປະຊາຊົນສູງສຸດຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະຫ້ອງການ ແລະ ຂັ້ນກົມຈຳນວນໜື່ງ.
ອ່ານຕໍ່ >>>ພິທີເປີດຊຸດຝຶກອົບຮົມວຽກງານໄອຍະການ ໃຫ້ຜູ່ຊ່ວຍພະນັກງານໄອຍະການປະຊາຊົນ ທີ່ຈະເລື່ອນເປັນພະນັກ ງານໄອຍະການປະຊາຊົນຂັ້ນ3.

ໃນຕອນເຊົ້າວັນທີ່ 12 ມັງກອນ 2016 ທີ່ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການໄດ້ເປີດຊຸດຝຶກອົບຮົມວຽກງານໄອຍະການ ໃຫ້ແກ່ຜູ່ຊ່ວຍພະນັກງານໄອຍະການຂອງອົງການໄອຍະການປະຊາຊົນຂັ້ນ 3 ໃນຂອບເຂດທົ່ວປະເທດ. ພາຍໃຕ້ການເຂົ້າຮ່ວມເປັນປະທານໂດຍ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ-ຄະນະນຳ, ຫົວໜ້າກົມ-ຫ້ອງການອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການພາກກາງ, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ແລະ ພະນັກງານ - ລັດຖະກອນເຂົ້າຮ່ວມທັງໝົດຈໍານວນ 50 ທ່ານ, ຍິງ 9 ທ່ານ.
ອ່ານຕໍ່ >>>