ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບລັດຖະມົນຕີ ກະຊວງຍຸຕິທຳ ສສ ຫວຽດນາມ |
---|
![]() |
ຕອນບ່າຍວັນທີ 28 ກໍລະກົດ 2014 ນີ້, ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງ ທ່ານ ຣຈ. ດຣ ຮ່າຮຸ່ງເກືອງ ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີວ່າການກະຊວງ ຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນືອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 27-31 ກໍລະກົດ 2014 |
ຕອນບ່າຍວັນທີ 28 ກໍລະກົດ 2014 ນີ້, ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງ ທ່ານ ຣຈ. ດຣ ຮ່າຮຸ່ງເກືອງ ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີວ່າການກະຊວງ ຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນືອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 27-31 ກໍລະກົດ 2014. ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຂອງຄະນະຜູ້ແທນ ຍຸຕິທຳ ແຫ່ງ ສສ ຫວຽດນາມໃນຄັ້ງນີ້. ໂອກາດການໂອ້ລົມສອງຝ່າຍຕ່າງກໍ່ໄດ້ແຈ້ງໂດຍສັງເຂບ ກ່ຽວກັບສະພາບການປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ກັນຊາບ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃນການເສີມສ້າງສາຍພົວພັນມິດຕະ ພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ເວົ້າສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດ ນາມ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຈະເລີນງອກງາມຂຶ້ນເລື້ອຍໆ. ຂະນະດຽວກັນທ່ານ ລັດຖະມົນຕີວ່າການກະຊວງ ຍຸຕິທຳ ສສ ຫວຽດນາມກໍ່ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງສະພາບການເຄື່ອນໄຫວຢູ່ນະຄອນຫລວງວຽງຈັນໃຫ້ຊາບ. |
2014-07-31 |