ສໍາມະນາວິໄສທັດຮອດປີ 2030, ຍຸດທະສາດການພັດທະນາວຽກງານໄອຍະການປະຊາຊົນໄລຍະ 10 ປີ ແລະ ແຜນພັດທະນາ 5 ປີ ຄັ້ງທີ II |
---|
![]() |
ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມສຳມະນາວິໄສທັດ ຮອດປີ 2030 ຂຶ້ນໃນຕອນເຊົ້າວັນທີ 8 ເມສາ 2015 ທີ່ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳສານ ສຸວົງ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທະຫານຂັ້ນສູງ, ຫົວໜ້າອົງການໄອຍະການປະຊາຊົນແຂວງທົ່ວປະເທດເຂົ້າຮ່ວມທັງໝົດ 100 ກວ່າທ່ານ. |
.
ກອງປະຊຸມບັນດາທ່ານຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ 2011-2015 ແລະ ການຄົ້ນຄວ້າວິໄສທັດຮອດປີ 2030, ການສ້າງແຜນຍຸດທະສາດ ໄລຍະ 10 ປີ ແລະ ແຜນ 5 ປີ ຄັ້ງທີ(2016-2020) ແລະ ສັງລວມແຜນງານ, ໂຄງການ ຂອງວຽກງານໄອຍະການທົ່ວປະເທດ ຈາກທ່ານ ສີສຸພັນ ສີວັນທອງ ຮອງຫົວໜ້າກົມແຜນການ-ການເງິນ ແລະ ແຜນງົບປະມານໂຄງການລົງທຶນຂອງລັດ 2011-2015 ແລະ ບັນດາກິດຈະກຳ, ງົບປະມານທີ່ຈະປະຕິບັດບັນດາແຜນການ ແລະ ໂຄງ ການໃນ ໄລຍະ 10 ປີ (2016-2025), ແຜນການ 5 ປີ ຄັ້ງທີ II (2016-2020), ພາກແຜນການ (ພາກ 13 ແລະ 17) ຊຶ່ງສະເໜີໂດຍທ່ານ ອານຸສອນ ວິດາວົງ ຫົວໜ້າພະແນກ ແຜນການ, ກົມແຜນການ ແລະ ການເງິນ. ຈາກນັ້ນຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະ ກອບຄວາມເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ບັນດາວຽກງານທີ່ນຳສະເໜີນັ້ນເຂົ້າສູ່ລວງເລີກ.
|
2015-04-20 |