ອົງການໄອຍະການປະຊາຊົນສູງສຸດໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດວັນຄ້າຍວັນເກີດປະທານ ສຸພານຸວົງ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ (ຄົບຮອບ 25 ປີ) |
---|
ໃນຕອນເຊົ້າວັນທີ 2 ສີງຫາ 2016 ທີ່ ອົງການໄອຍະການປະຊາຊົນສູງສຸດໄດ້ຈັດພິທີຮັບຟັງປາຖະກະຖາຫວນຄືນມູນເຊື້ອ 02 ວັນປະຫວັດສາດຂອງຊາດ ຄື: ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອາດີດປະທານປະເທດຜູ້ທຳອິດຂອງ ສ.ປ.ປ ລາວ ຄົບຮອບ 107 ປີ (13 ກໍລະກົດ 1909 ຫາ 13 ກໍລະກົດ2016) ແລະ ວັນລະນຶກ ລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສີງຫາ 1991 ຫາ 15 ສີງຫາ 2016) ຂື້ນໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມຟັງປະຖະກະຖາຄັ້ງນີ້ມີ ຄະນະພັກ, ຄະນະນຳອົງການໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ-ຫ້ອງການ, ອົງ ການໄອຍະການພາກກາງ ແລະ ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານເຂົ້າຮ່ວມທັງໝົດ 100 ກ່ວາຄົນ. |
ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເລົ່າຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ໄດ້ຍົກໃຫ້ເຫັນວ່າ ປະ ທານ ສຸພານຸວົງ ແມ່ນນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຕິດພັນກັບການປະຕິວັດຕະຫຼອດມາ ບໍ່ວ່າໃນຖານະຕຳແໜ່ງໃດ ເພິ່ນກໍ່ອຸທິດໜົດຈິດໜົດໃຈໜົດຄວາມສາມາດ ແລະ ຫົວຄິດປະດິດສ້າງ ເພື່ອພາລະກິດປະຕິວັດ, ເພື່ອຊາດ ແລະ ເພື່ອປະຊາຊົນຢ່າງບໍລິສຸດ ເວົ້າລວມ, ເວົ້າສະເພາະແບບຢ່າງ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ໄດ້ກາຍເປັນແວ່ນແຍງທີ່ໃສສະອາດ ແລະ ເປັນບົດຮຽນອັນລ້ຳຄ່າໄວ້ໃຫ້ແກ່ຄົນລາວຮຸ່ນສືບທອດໄດ້ຈົດຈຳ ແລະ ຮໍ່າຮຽນເອົາຢ່າງບໍ່ມີວັນລືມ.
ຈາກນັ້ນ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ຂອງ ວັນລັດຖະ ທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ (15 ສີງຫາ 1991 ຫາ 15 ສີງຫາ 2016). ເຊິ່ງລັດຖະທຳມະນູນ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງໃນກອງປະຊຸມ ຄັ້ງທີ VI ຂອງ ສະພາປະຊາຊົນສູງສຸດ ໃນຊຸດທີ II ປີ 1991 ແລະ ໄດ້ປະກາດໃຊ້ ໃນວັນທີ 15 ສິງຫາ 1991 ມາຮອດປີ 2003. ກອງປະຊຸມສະພາຊຸດທີ V ໄດ້ຮັບຮອງເອົາການປັບປຸງລັດຖະທຳມະນູນສະບັບດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນກວ່າເກົ່າ, ການປະກາດໃຊ້ລັດຖະທຳມະນູນແມ່ນມີຄວາມໝາຍຄວາມສຳຄັນຫລາຍຕໍ່ປະເທດຊາດ ເພາະວ່າ ລັດຖະທຳມະນູນແມ່ນກົດ ໝາຍພື້ນຖານສຳຄັນຂອງຊາດໃນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງ ພັກປະຊາຊົນປະຕິວັດລາວ ການປະກາດໃຊ້ລັດຖະທຳມະນູນເປັນເຫດການ ການເມືອງ ທີ່ສຳຄັນຂອງຊາດ ທັງເປັນຂີດໝາຍໃໝ່ໃນການຫັນໄປສູ່ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງໃຫ້ເປັນລັດແຫ່ງກົດໝາຍເທື່ອລະກ້າວ. ມັນໄດ້ສອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ລະບອບປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງ ພັກປະຊາຊົນປະຕິວັດລາວທັງເປັນການຢືນຢັນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ. |
2016-08-02 |