ກອງປະຊຸມສ້າງຄວາມອາດສາມາດພາຍໃນກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ເປັນໄພຂົ່ມຂູ່ທົ່ວໂລກໂດຍສະເພາະການຄ້າມະນຸດ ແລະ ການເຂົ້າ-ອອກເມືອງຜິດກົດໜາຍ |
---|
ໃນລະຫວ່າງວັນທີ 28 - 30 ພະຈີກ 2016; ກອງປະຊຸມສ້າງຄວາມອາດສາມາດພາຍໃນກ່ຽວກັບການ |
ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດໂດຍການໃຫ້ກຽດເຂົ້າຮ່ວມ MR Richard Philippart ຫົວໜ້າສະຖາບັນ ILSTA, HE Claue Jentgen, ອຸປະທູດ, ສະຖານທູດລຸກຊຳບວກ, HE. Lee- Anne Herman ສະຖານທູດຄານາດາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ, ພະນັກງານອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນແຂວງ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ, ສານປະຊາຊົນ 3 ພາກ, ແລະ ເຈົ້າໜ້າທີ່ ປກສ 18 ແຂວງ ແລະ ຜູ່ເຂົ້າຮ່ວມອ້ອມຂ້າງສູນກາງ ລວມທັງໜົດ 155 ຄົນ. Mr Richard Philippartຫົວໜ້າສະຖາບັນຊ່ວຍເຫລືອທາງດ້ານກົດໜາຍ ແລະ ວິຊາການແຫ່ງຣາຊະອານາຈັກ ລຸກຊຳບວກກອງປະຊຸມແມ່ນໄດ້ເວົ້າເຖີງເນື້ອໃນຕົ້ນຕໍໃນຫົວຂໍ້ ການຄ້າມະນຸດເຊິ່ງເປັນໄພຂົ່ມຂູ່ໃນທົ່ວໂລກ, ສະຖານະການຄ້າມະນຸດໃນ ສປປ ລາວ, ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການເຂົ້າ-ອອກເມືອງຜິດກົດໜາຍ ,ການຄ້າມະນຸດ - ການຕ້ານການຄ້າມະນຸດ, ສິດທິມະນຸດ, ການຟອກເງີນ ແລະ ການສໍ້ລາດບັງຫລວງ, ເຊີ່ງກອງປະຊຸມ ກໍໄດ້ມີການແລກປ່ຽນຄວາມຄິດຄວາມເຫັນໃນຫົວຂໍ້ຕ່າງໆ ໃນການຕ້ານ ແລະ ສະກັດກັ້ນ ໃນປັດຈຸບັນ ແລະ ອານາຄົດໃຫ້ເກີດຜົນຢ່າງແທ້ຈີງ. ທ່ານ ບຸນຍັງ ຈັນດາລາສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດທ່ານ ຈັນທີ ໂປລິວັນ ຫົວໜ້າກົມກວດກາການດຳເນີນຄະດີອາຍາ
|
2016-12-01 |