ອົງການໄອຍະການປະຊາຊົນສູງສຸດໄດ້ຈັດການຝືກອົບຮົບກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການຕິດຕາມ ກວດກາການດຳເນີນຄະດີແພ່ງ ຢູ່ແຂວງ ສາລະວັນ ໃນລະຫວ່າງວັນທີ 13-15ມີນາ 2017 |
---|
ໃນລະຫວ່າງວັນທີ 13 ຫາ 15 ມີນາ 2017 ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດພິທີຈັດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມທາງດ້ານວິຊາການ ເພື່ອຈັດຕັ້ງປະຕິບັດກົດໝາຍໃນການຕິດຕາມກວດການດຳເນີນຄະດີແພ່ງ ຂື້ນທີ່ ແຂວງ ສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດໃຫ້ແກ່ບັນດາ ອົງການໄອຍະການປະຊາຊົນ ບັນດາ ແຂວງ ແລະ ເຂດຢູ່ພາກໃຕ້ ຊຶ່ງປະກອບມີແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ, ແຂວງ ສາລະວັນ, ແຂວງ ເຊກອງ ແລະ ແຂວງ ອັດຕະປື ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 52 ທ່ານ. |
ທ່ານ ດຣ ສົນທະຍາ ເຄືອເວດ ພະນັກງານໄອຍະການອາວຸໂສ ເລຂານຸການ ທ່ານ ຫົວໜ້າ ອົງການໄອບະການປະຊາຊົນສູງສຸດຊ່ຽວຊານ ແຫ່ງປະເທດໄທ ການຝຶກອົບຮົມຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານໄອຍະການປະຊາຊົນ ສາມາດຕິດຕາມກວດກາການດຳເນີນຄະດີແພ່ງ ແລະ ເຂົ້າຮ່ວມຢູ່ທີ່ປະຊຸມສານຂັ້ນຕົ້ນ ໃຫ້ມີປະສິດຕິພາບ, ຮັບປະກັນໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ, ທັງເປັນການຍົກສູງໜ້າທີ່ການເມືອງຂອງພະນັກງານໄອຍະການປະຊາຊົນເພີ່ມຕື່ມອີກໃນລະດັບໜຶ່ງພ້ອມກັນນີ້ກໍເປັນການເຜີຍແຜ່ຄຳແນະນຳຮ່ວມ ສະບັບເລກທີ 001/ອອປສ.ສປສສ, ລົງວັນທີ 12 ມັງກອນ 2017 ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດ ວ່າດ້ວຍການດຳເນີນຄະດີແພ່ງ, ແຮງງານ, ການຄ້າ, ຄອບຄົວ ແລະ ເດັກ ຊຶ່ງຂໍຕົກລົງດັ່ງກ່າວຈະເຮັດໃຫ້ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ສາມາດເປັນບ່ອນອີງໃຫ້ແກ່ການປະສານສົມທົບ ເຊິ່ງກັນ ແລະ ກັນ ໃນການແກ້ໄຂຄະດີໃຫ້ມີຄວາມຍຸຕິທຳ, ໂປ່ງໃສ ແລະ ຮັບປະກັນໃຫ້ແກ່ການດຳເນີນຄະດີໃຫ້ມີຄວາມຮອບດ້ານ, ຄົບຖ້ວນ ແລະ ພາວະວິໃສທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນຂຶ້ນຕື່ມອີກລະດັບໜຶ່ງ ໃນການຝືກອົບຮົມໃນຄັ້ງນີ້ຍັງໄດ້ຖືເປັນກຽດຈາກ ຊ່ຽວຊານ ທ່ານ ດຣ ສົນທະຍາ ເຄືອເວດ ພະນັກງານອາວຸໂສ, ເລຂານຸການ ທ່ານ ຫົວໜ້າ ອົງການໄອຍະການສູງສຸດແຫ່ງປະເທດໄທ ໄດ້ເຂົ້າຮ່ວມສົນທະນາ ແລກປ່ຽນບົດຮຽນ ແລະ ແກ້ໄຂຂໍ້ຂ້ອງໃຈ ໃນບາງບັນຫາກ່ຽວກັບການຕິດຕາມກວດກາການດຳເນີນຄະດີແພ່ງຢູ່ຕ່າງປະເທດ ເປັນຕົ້ນແມ່ນການປະຕິບັດກົດໜາຍຕ້ອງມີຄວາມຍຸຕິທຳ ແລະ ມີຄວາມໂປ່ງໃສ, ຖືກຕ້ອງ ຕົງໄປຕົງມາ ແລະມີຄວາມເປັນທຳແກ່ທຸກຝ່າຍມີການປະສານສົມທົບຮ່ວມມືເຊີ່ງກັນ ແລະ ກັນຕະຫລອດໄປ |
2017-04-05 |